ພາລະກິດ ແລະ ຈຸດປະສົງ

ຜາຕັດແກ້ເປັນສວນພຶກສາຊາດແຫ່ງທໍາອິດໃນລາວ, ສ້າງຕັ້ງຂຶ້ນເພື່ອເປັນສູນກາງການຄົ້ນຄວ້າ ແລະ ເປັນແຫຼ່ງເກັບລວບລວມພັນພືດທີ່ມີຊີວິດແຫ່ງທໍາອິດຂອງ ສ.ປ.ປ ລາວ ເພື່ອສະຫນອງໂອກາດສໍາລັບການຮ່ວມມືກັບບັນດາສະຖາບັນພືດສາດສາກົນ. ຜາຕັດແກ້ ໄດ້ພັດທະນາຢ່າງຕໍ່ເນື່ອງ, ລວມໄປເຖິງວຽກງານສຶກສາຄົ້ນຄວ້າທາງດ້ານວິທະຍາສາດພືດ, ພວກເຮົາມີບັນດານັກວິທະຍາສາດພືດຈາກທົ່ວທຸກມູມໂລກຄອຍໃຫ້ການຊ່ວຍເຫຼືອທາງດ້ານຂໍ້ມູນພືດຕ່າງໆ ແລະ ລວມໄປເຖິງບຸກຄະລາກອນຈໍານວນຫຼາຍກວ່າ 50 ທ່ານ ປະຈໍາຢູ່ທີ່ສວນພຶກສາຊາດ ຄອຍບໍາລຸງຮັກສາ ແລະ ປັບປຸງການອອກແບບສວນໃຫ້ມີຄວາມງົດງາມ ເພື່ອເອື້ອອໍານວຍຄວາມສະດວກສະບາຍໃຫ້ແກ່ບັນດາທ່ານທີ່ມາຢ້ຽມຢາມ ໄດ້ສໍາພັດກັບຄວາມອຸດົມສົມບູນ, ຄວາມຫຼາກຫຼາຍຂອງພືດພັນ ແລະ ຄວາມສວຍງາມທາງທໍາມະຊາດອີກດ້ວຍ.

ໃນສວນພວກເຮົາໄດ້ພັດທະນາບັນດາໂຄງການການສຶກສາສໍາລັບທຸກໆກຸ່ມອາຍຸ ລວມໄປເຖິງການດໍາເນີນການຄົ້ນຄວ້າກ່ຽວກັບພືດ, ການປູກພືດສວນ, ພຶກສາສາດພື້ນບ້ານ ແລະ ພືດເປັນຢາ ເພື່ອແນໃສ່ການແກ້ໄຂບັນຫາທີ່ສໍາຄັນຂອງການຈັດການຊັບພະຍາກອນທໍາມະຊາດໃນຂົງເຂດທ້ອງຖິ່ນ ລວມໄປເຖິງການອະນຸລັກຊີວະນາໆພັນໃນທົ່ວໂລກ. ໂດຍຜ່ານສິ່ງຕີພິມຂອງພວກເຮົາ, ການຈັດກິດຈະກໍາເພື່ອເຜີຍແຜ່ວັດທະນະທໍາ ແລະ ສັງຄົມ, ພວກເຮົາແນ່ໃສ່ເພື່ອເຮັດໃຫ້ການປະກອບສ່ວນທີ່ສໍາຄັນໃນການພັດທະນາໃນຂົງເຂດພາກພື້ນ, ແລະ ເພື່ອຍົກລະດັບວິຊາສະເພາະ ແລະ ຄວາມຊໍານິຊໍານານສະເພາະດ້ານໃນການພັດທະນາຊີວະນາໆພັນແບບຍືນຍົງຂອງປະເທດລາວໃນອະນາຄົດອີກດ້ວຍ.

ຈຸດປະສົງຂອງພວກເຮົາ

  • ສ້າງຂຶ້ນເພື່ອການສໍາຫຼວດພືດໃນລາວ, ແນໃສ່ການອະນຸລັກໃນຖິ່ນ ແລະ ນອກຖິ່ນກໍາເນີດ, ລວມເຖິງສິ່ງເອື້ອອໍານວຍໃນການສຶກສາຄົ້ນຄວ້າ ແລະ ການລົງພາກສະໜາມສໍາລັບນັກວິທະຍາສາດພືດອີກດ້ວຍ.
  • ສ້າງໂອກາດດ້ານການສຶກສາສໍາລັບອົງປະກອບພາຍໃນປະເທດ ແລະ ຕ່າງປະເທດ, ລວມທັງເດັກນ້ອຍ, ເພື່ອປະກອບສ່ວນໃນການສ້າງຄວາມສາມາດໂດຍຜ່ານການຝຶກອົບຮົມ ແລະ ສະຫນັບສະຫນູນສໍາລັບນັກສຶກສາລາວກ່ຽວກັບການຮຽນຮູ້ທາງດ້ານການປູກພືດສວນ ແລະ ທາງດ້ານພືດສາດ.
  • ສ້າງຂຶ້ນເພື່ອເປັນສະຖານທີ່ຜັກຜ່ອນຢ່ອນໃຈໃຫ້ແກ່ບັນດານັກທ່ອງທ່ຽວ ສາມາດສໍາພັດຄວາມສວຍງາມທາງທໍາມະຊາດ, ລວມເຖິງຍົກລະດັບການທ່ອງທ່ຽວທາງທໍາມະຊາດ ແລະ ເປັນການພັດທະນາເສດຖະກິດ ແລະ ສ້າງວຽກເຮັດງານທໍາໃນຂົງເຂດອີກດ້ວຍ.
  • ສົງເສີມການປົກປັກຮັກສາລະບົບນິເວດແບບຍືນຍົງ ແລະ ປະກອບສ່ວນການອະນຸລັກຊີວະນາໆພັນ ແລະ ເປັນການປູກຈິດສໍານຶກໂດຍຜ່ານການຄົນຄວ້າ, ການສຶກສາ, ການລົງເຜີຍແຜ່ທາງດ້ານສັງຄົມອີກດ້ວຍ.

ຜູ້ອໍານວຍການ ແລະ ທີ່ປຶກສາ

  • ທ່ານ ຣິກ ກາເດັນລາ – ອໍານວຍການໃຫຍ່
  • ທ່ານ ນາງ ບີບາ ວິໄລເລັກ – ນັກພືດສາດ
  • ທ່ານ ໂດວາ – ທີ່ປຶກສາດ້ານສິລະປະ
  • ທ່ານ ນິດຖາຄົງ ສົມສະນິດ – ທີ່ປຶກສາດ້ານວັດທະນາທໍາ
  • ທ່ານ ນາງ ບົວໄຂຄອນ ສະແຫວງສຶກສາ – ທີ່ປຶກສາດ້ານວິທະຍາສາດ