ຂໍ້ມູນທີ່ສໍາຄັນບາງຢ່າງ

ຕໍ່ໄປນີ້ແມ່ນຜົນງານບາງສ່ວນຂອງພວກເຮົາ ທີ່ໄດ້ບັນລຸເປົ້າໝາຍ ເຊິ່ງນັບຕັ້ງແຕ່ໂຄງການນີ້ໄດ້ສ້າງຕັ້ງຂຶ້ນໃນຊ່ວງຕົ້ນປີ 2008 ເປັນຕົ້ນມາ.

  • ຕີພິມປື້ມຈໍານວນ 14 ເຫຼັ້ມ
  • ແຈກປື້ມອ່ານຟຼີ ສໍາລັບເດັກນ້ອຍຫຼາຍກວ່າ 30,000 ຫົວ ໃຫ້ແກ່ໂຮງຮຽນ ແລະ ຫໍສະໝຸດຕ່າງໆ
  • ນ້ອງໆນັກຮຽນປະຖົມຫຼາຍກວ່າ 2,000 ນ້ອງ ລວມທັງນັກສຶກສາຫຼາຍກວ່າ 600 ຄົນ ຈາກມະຫາວິທະຍາໄລ ແລະ ວິທະຍາໄລຕ່າງໆ ໄດ້ມາທັດສະນະສຶກສາ ຢູ່ທີ່ສວນຜາຕັດແກ້ຂອງພວກເຮົາ
  • ສ້າງສວນຄົວໂຮງຮຽນຈໍານວນ 12 ແຫ່ງ ລວມທັງມອບປື້ມຄູ່ມືການເຮັດສວນສໍາລັບຄູອາຈານ
  • ລົງເກັບຕົວຢ່າງພືດຫຼາຍກວ່າ 120 ຄັ້ງ
  • ລວບລວມພືດທີ່ມີຊີວິດໄດ້ຫຼາຍກວ່າ 1,500 ຊະນິດພືດ
  • ຈັດເຝິກອົບຮົມໃຫ້ແກ່ພະນັກງານຈໍານວນ 2,500 ມື້ ຢູ່ພາຍໃນປະເທດ ແລະ ສົ່ງພະນັກງານໄປເຝິກອົບຮົມຢູ່ຕ່າງປະເທດຫຼາຍກວ່າ 900 ມື້
  • ມອບທຶນໃຫ້ແກ່ນັກສຶກສາຈໍານວນ 8 ທຶນ
  • ຈັດເຝິກອົບຮົມໃຫ້ແກ່ນັກສຶກສາຈາກວິທະຍາໄລ ແລະ ມະຫາວິທະຍາໄລຫຼາຍກວ່າ 68 ຄັ້ງ ໃນຫົວຂໍ້ຕ່າງໆເຊັ່ນວ່າ: ການເກັບຕົວຢ່າງພືດ, ການປູກພືດສວນ, ນິເວດວິທະຍາພື້ນຖານ, ການຖ່າຍຮູບ ແລະ ການແຕ້ມຮູບທາງພຶກສາຊາດ ເປັນຕົ້ນ
  • ຈັດວາງສະແດງສິນລະປະຕ່າງໆຈໍານວນ 22 ຄັ້ງ ຢູ່ໃນລາວ ແລະ ສາກົນ
  • ຕີພິມຕາມໜັງສືພິມທົ່ວໂລກຫຼາຍກວ່າ 22 ຄັ້ງ, 17 ບລ໋ອກ, ສໍາພາດທາງວິທະຍຸ 5 ຄັ້ງ ແລະ ນໍາສະເໜີທາງໂທລະພາບຕ່າງໆຈໍານວນ 3 ຄັ້ງ
  • ມີພະນັກງານປະຈໍາຫຼາຍກວ່າ 52 ຕໍາແໜ່ງ
  • ມີສະຖານທີ່ທ່ຽວຊົມຈໍານວນ 10 ເຮັກຕາ, ສະຖານທີ່ປະຕິບັດງານ 2 ເຮັກຕາ ແລະ ອີກ 25 ເຮັກຕາ ແມ່ນເປັນພູຜາທີ່ເປັນເຂດອະນຸລັກຂອງພວກເຮົາ