ພະນັກງານ

ແວວ ດາລາວົງ – ຜູ້ຈັດການຖານຂໍ້ມູນພືດ

ແວວ ເລີ່ມເຂົ້າເຮັດວຽກທີ່ສວນພຶກສາຊາດຜາຕັດແກ້ໃນປີ 2010 ລາວເຮັດວຽກເປັນຊາວສວນ ແລະ ລາວໄດ້ພັດທະນາຄວາມຮູ້ຂອງລາວເລື້ອຍໆມາຈົນຮອດປີ 2015 ລາວໄດ້ຍົກລະດັບຕົນເອງມາເປັນຜູ້ຈັດການຖານຂໍ້ມູນພືດສວນຂອງພວກເຮົາ, ລາວມີບົດບາດທີ່ສຳຄັນໃນການເກັບກຳ, ຮັກສາ ແລະ ຕິດຕາມຂໍ້ມູນພືດ ທັງພືດທີ່ມີຊີວິດ ແລະ ພືດແຫ້ງທີ່ເກັບຮັກສາໄວ້ໃນຫໍພິພິຕະພັນພືດ, ໃນປີທີ່ຜ່ານມາພວກເຮົາໄດ້ບັນທຶກພືດທີ່ນໍາເຂົ້າມາໃນສວນ ຈໍານວນຫຼາຍກວ່າ 4,500 ລະຫັດພືດ. ລາວມີຄວາມມັກຮັກພັນພືດ ແລະ ລາວມີຄວາມສຸກຫລາຍທີ່ໄດ້ເຂົ້າມາເປັນສະມາຊິກໃນສວນຜາຕັດແກ້. ແວວ ຮຽນຈົບຈາກວິທະຍາໄລກະສິກຳ ແລະ ປ່າໄມ້ພາກເໜືອ, ລາວມາຈາກຄອບຄົວຊາວນາ. ລາວຕ້ອງການເປັນຄົນໜຶ່ງທີ່ຈະຊ່ວຍປະເທດລາວເຮົາໃນການອະນຸລັກ ແລະ ຮັກສາພັນພືດຂອງລາວເຮົາໄວ້ເພື່ອຄົນຮຸ່ນຫຼັງໄດ້ສຶກສາຄົນ້ຄວ້າຕໍ່ໄປ.

 
 
 
 

ທ່ານ ໂດວາ – ທີ່ປຶກສາດ້ານສິລະປະ

ທ່ານເປັນນັກທ່ອງທ່ຽວ ຜູ້ໜຶ່ງທີ່ໄດ້ມາຢ້ຽມຢາມປະເທດຈີນ ແລະ ບັນດາ ປະເທດຕາເວັນອອກສ່ຽງໃຕ້ຕັ້ງແຕ່ ປີ 1976, ທ່ານ ມີຄວາມກະຕືລືລົ້ນສົນໃຈດ້ານການພັດທະນາວຽກ ງານວັດທະນາທໍາອາຊີ. ໃນປີ 2004 ການເດີນທາງ ໄດ້ລ່ອງຕາມລໍາແມ່ນໍ້າຂອງໄດ້ນໍາພາທ່ານເຂົ້າມາສູ່ ຫຼວງພະບາງ. ຄວາມຮູ້ສຶກຂອງທ່ານໄດ້ເປັນທີ່ຈັບ ໃຈໂດຍທັນທີກັບທັດສະນີຍະພາບບັນພະບູລຸດແຫ່ງ ເມືອງຫຼວງພະບາງ ແລະ ຫຼັງຈາກນັ້ນທ່ານກໍ່ໄດ້ຕັດ ສິນໃຈຍ້າຍມາຢູ່ຫຼວງພະບາງຮ່ວມກັບເພື່ອນທີ່ຊື່ ທ່ານ ຄໍາພັນ ອິນທະວົງ, ແລະ ທ່ານກໍ່ໄດ້ຕັ້ງບໍລິສັດ ຂຶ້ນເອີ້ນວ່າ: ບໍລິສັດອິນທະໂດ ທີ່ມີເປົ້າໝາຍໃນການ ກໍ່ສ້າງເຮືອນໃຫ້ເຊົ່າໄລຍະຍາວໃນຮູບແບບທີ່ ອົງການ ຢູເນັສ໌ໂກຍອມຮັບ ແລະ ອານຸລັກສະຖາປັດຕະຍະກໍາແບບຫົວເມືອງຂຶ້ນຂອງລາວ ແລະ ຕໍ່ມາ ປີ 2010 ທ່ານໄດ້ເປີດຫ້ອງວາງສະແດງ ສິນລະປະໃນຫຼາກຫຼາຍແບບທີ່ບໍ່ຫວັງຜົນກໍາໄລສໍາ ລັບການວາງສະແດງຜົນງານດ້ານສິນລະປະ ແລະ ເຫດການຕ່າງໆທີ່ເກີດຂຶ້ນ.

 

ຣິກ ກາເດັນລາ – ຜູ້ອຳນວຍການໃຫຍ່

ເກີດຢູ່ໃນ Aruba ໃນ Caribbean ໃນປີ 1964 ຫຼັງຈາກຮຽນຈົບປັດສະຍາ ລາວໄດ້ກໍ່ຕັ້ງສໍານັກພິມທີ່ອາມສ໌ເຕີດາມ ແລະ ສະຖານທີ່ວາງສະແດງຮູບທີ່ເອີ້ນວ່າ Picaroon Editions, ໄດ້ອຸທິດຕົນໃຫ້ກັບວຽກງານປັດສະຍາ, ບົດກາວີ ແລະ ສິລະປະ. ໃນປີ 1992 ລາວໄດ້ຍ້າຍໄປນະຄອນຫລວງປາຣີສ໌, ລາວໄດ້ສ້າງຜົນງານວາງສະແດງສິນລະປະ ທີ່ມີຊື່ສຽງລະດັບສາກົນ ຮູບພາບເມືອງປາຣີສ, Artist Book International, ແລະ Parcours des Mondes. ໃນປີ 2007, ລາວໄດ້ມາຢ້ຽມຢາມປະເທດລາວ ແລະ ລາວເວົ້າວ່າ “ໃຜແດ່ທີ່ຄິດວ່າ ໃນການມາພັກຢູ່ໃນລາວພຽງໜຶ່ງອາທິດ ຈະສາມາດປ່ຽນຊີວິດຂອງຂ້າພະເຈົ້າຢ່າງຫຼວງຫຼາຍ ຈາກການມັກທ່ອງທ່ຽວໄປທົ່ວທຸກມູມໂລກ ແລະ ໄດ້ມາຢຸດທີ່ປະເທດລາວ ແລະ ເປັນປະເທດທີ່ມີວັດທະນະທໍາເຊິ່ງຂ້າພະເຈົ້າບໍ່ຄຸ້ນເຄີຍເລີຍ, ລວມທັງເປັນການອຸທິດຕົນກັບເສັ້ນທາງທີ່ເຕັມໄປດ້ວຍພະຈົນໄພ ອັນມະຫາສານ ທີ່ຫຼວງພະບາງ, ເຊິ່ງເປັນເມືອງທີ່ມີຄວາມສວຍງາມທີ່ສຸດໃນໂລກ. ຂ້າພະເຈົ້າຍັງໄດ້ຮ່ວມງານກັບບັນດາຜູ້ຄົນທີ່ມີຈິດໃຈງົດງາມ ແລະ ເປັນຕາໜ້າຄົບຫາຢູ່ທີ່ນີ້ອີກດ້ວຍ.”

 

ເພັດສະໝອນ ມະໂນລາ – ຜູ້ປະສານງານດ້ານການບໍລິການ ແລະ ວຽກງານສະມາຄົມເພື່ອນຜາຕັດແກ້

ລາວມາຈາກນະຄອນຫຼວງວຽງຈັນ ແລະ ໄດ້ຍ້າຍມາຢູ່ຫລວງພະບາງຕັ້ງແຕ່ປີ 2005, ເລີ່ມເຮັດວຽກກັບສວນພຶກສາຊາດຜາຕັດແກ້ຕັ້ງແຕ່ປີ 2010 ເປັນຕົ້ນມາ, ລາວໄດ້ເອົາຄວາມກະຕືລືລົ້ນທີ່ເປັນທໍາມະຊາດຂອງລາວ ບວກກັບການປະທັບໃຈໃນການສຶກສາລາວທີ່ໄດ້ຮຽນຈົບກ່ຽວກັບການພະຍາບານ ແລະ ການບໍລິຫານທຸລະກິດ ເຂົ້າໃນວຽກງານຂອງສວນພຶກສາຊາດຜາຕັດແກ້ ໃນການສົ່ງເສີມປູກຈິດສໍານຶກໃນທ້ອງຖິ່ນ ແລະ ເຂດຫ່າງໄກສອກຫຼີກ ” ຂ້ອຍໄດ້ຍິນກ່ຽວກໍາການສ້າງສວນ, ເມື່ອຂ້າພະເຈົ້າໄດ້ເຫັນມັນ ຂ້າພະເຈົ້າອຸທານວ່າ ວ້າວ! ຂ້ອຍຮັກມັນ! “ ເພັດສະໝອນ ຍັງເປັນຜູ້ປະສານງານ ແລະ ພົວພັນກັບການນໍາພັກລັດ, ໃນການຈັດຕັ້ງໂຄງການຊ່ວຍເຫຼືອ ແລະ ສົ່ງເສີມໂຮງຮຽນ, ເຮັດວຽກຮ່ວມກັບຄູອາຈານ ແລະ ນ້ອງນັກຮຽນ ໂດຍເນັ້ນໃສ່ໂຮງຮຽນ ແລະ ຫ້ອງສະໝຸດ. ນອກຈາກນັ້ນລາວຍັງເປັນຜູ້ປະສານງານ ແລະ ຄວບຄຸມດ້ານການບໍລິການ ແລະ ວຽກງານສະມາຄົມເພື່ອນຜາຕັດແກ້ອີກດ້ວຍ.

 

ມາຣ໌ເຈີ ມັດສ໌ເກິນສ໌ – ອາຈານສອນກ່ຽວກັບພືດສວນ ແລະ ດ້ານບໍລິການຕ້ອນຮັບ

ພາຍຫຼັງທີ່ມາຣ໌ເຈີ ໄດ້ສຶກສາຫຼັກສູດກ່ຽວກັບການປູກ ແລະ ການບໍາລຸງຮັກສາພືດແລ້ວ, ລາວໄດ້ເຂົ້າສຶກສາຕໍ່ທີ່ມະຫາວິທະຍາໄລແຫ່ງໜຶ່ງ ແລະ ໄດ້ລົງເລິກສຶກສາກ່ຽວກັບຄວາມຮູ້ດ້ານສີຂຽວ ຈົນກາຍມາເປັນອາຈານສອນດ້ານການປູກຝັງໃຫ້ແກ່ນັກຮຽນເລີ່ມແຕ່ອາຍຸ 12 – 65 ປີ. ລວມທັງຄົນດ້ອຍໂອກາດ ຫຼື ຄົນພິການອີກດ້ວຍ. ດ້ວຍປະສົບການເຫຼົ່ານັ້ນຈຶ່ງເຮັດໃຫ້ລາວມີຄວາມສຸກທີ່ສຸດໃນຊີວິດຂອງລາວໃນການຊ່ວຍເຫຼືອຜູ້ຄົນ ແລະ ຊ່ວຍເຮັດໃຫ້ໂລກຂອງເຮົາໜ້າຢູ່ຂຶ້ນ ແລະ ດີຂຶ້ນກວ່າເກົາ ນັ້ນຄືເປົ້າໝາຍຊີວິດຂອງລາວ.
ດ້ວຍເຫດຜົນດັ່ງກ່າວ ແລະ ຈາກປະສົບການຫຼາຍກວ່າແປດປີ, ມາຣ໌ເຈີໄດ້ສຶກສາຈົບລະດັບປະລິນຍາໂທໃນຫຼັກສູດຄວາມຕ້ອງການ ການສຶກສາ ແລະ ດ້ານທີ່ປຶກສາແບບພິເສດ. ລາວໄດ້ນໍາເອົາປະສົບການດັ່ງກ່າວຂອງຕົນມາສິດສອນໃຫ້ແກ່ບັານດາບຸກຄະລາກອນໃນອົງກອນຕ່າງໆ. ລາວຄິດວ່ານັ້ນເປັນໂອກາດທີ່ດີເລີດໃນການທີ່ຈະໃຫ້ໃຫ້ມີຄວາມແຕກຕ່າງ.
ໂດຍສ່ວນໃຫຍ່ແລ້ວ ມາຣ໌ເຈີໄດ້ເຮັດວຽກ ແລະ ມີຜົນງານຫຼາຍດ້ານຢູ່ໃນປະເທດເນເທີແລນ ລວມທັງບັນດາປະເທດໃນເຂດອາຊີ, ໃນຊ່ວງປີ 2016, ລາວໄດ້ຄົ້ນພົບວຽກງານທີ່ລາວມັກຮັກ ແລະ ຕົນເອງສາມາດຖ່າຍທອດຄວາມຮູ້ ແລະ ປະສົບການຂອງຕົນໃນການສິດສອນ, ລວມທັງໄດ້ເປັນນັກພືດສວນຢູ່ໃນອາຊີອີກດ້ວຍ, ສະຖານທີ່ແຫ່ງນັ້ນກໍຄື ສວນພຶກສາຊາດຜາຕັດແກ້ນັ້ນເອງ.

 

ສິດ ນິຕະພອນ – ຜູ້ຈັດການທົ່ວໄປ

ຜ່ານມາລາວເຄີຍເຮັດວຽກເປັນເດັກເສີບ ແລະ ມີຄວາມຄິດຢາກເປັນອາຈານສອນ, ແຕ່ວ່າລາວໄດ້ຕັດສິນໃຈເຮັດວຽກໃນສວນພຶກສາຊາດແຫ່ງນີ້, ໃນດ້ານການບໍລິຫານ ແລະ ເປັນຜູ້ປະສານງານລະຫວ່າງຫົວໜ້າ ແລະ ເພື່ອນຮ່ວມງານໃນອົງກອນ, ສິດເວົ້າວ່າ “ຕອນທີ່ຂ້າພະເຈົ້າມາເລີ່ມເຮັດວຽກໃໝ່ໆ, ຂ້າພະເຈົ້າບໍ່ຮູ້ຫຍັງກ່ຽວກັບພືດ ແລະ ພືດມີຄວາມຄັນແນວໃດ, ຂ້າພະເຈົ້າອາດຈະຕັດຕົ້ນໄມ້ໂດຍປາສະຈາກການຄິດກ່ອນ ແຕ່ມາເຖິງປັດຈຸບັນໄດ້ເຂົ້າໃຈແລ້ວວ່າ ເປັນຫຍັງຕ້ອງປົກປັກຮັກສາ ແລະ ຫວງແຫນພວກມັນໄວ້, ເພາະພວກມັນມີຄວາມສໍາຄັນກັບທຸກໆສິ່ງທີ່ມີຊີວິດໃນໜ້າໂລກນີ້, ຖ້າບໍ່ມີພວກມັນ ຄົນເຮົາກໍ່ບໍ່ສາມາດດໍາລົງຊີວິດຢູ່ໄດ້ເລີຍ” ແລະ ສິດຍັງເວົ້າອີກຕື່ມວ່າ “ຂ້າພະເຈົ້າດີໃຈ ແລະ ພາກພູມໃຈຫຼາຍທີ່ໄດ້ມີສ່ວນຮ່ວມໃນການອະນຸລັກ ແລະ ປົກປັກຮັກສາພືດພັນໄມ້”

 

ສົມດີ ອຸດົມສັກ ຫົວໜ້າຊາວສວນ

ລາວເລີ່ມເຂົ້າເຮັດວຽກຕັ້ງແຕ່ເລີ່ມບຸກເບີກສ້າງສວນຜາຕັດແກ້ໃນປີ 2008 ລາວເຄີຍເຮັດສວນຜັກຂາຍໃນຕະຫລາດຂົງເຂດຊຽງເງິນ. ລາວໄດ້ຮຽນຈົບກະສິກຳ, ລາວເວົ້າວ່າລາວຮັກພືດ ແລະ ເຮັດວຽກເປັນກຸ່ມໃນສວນຜາຕັດແກ້. “ມັນເປັນການດີທີ່ຈະໄດ້ມີວຽກເຮັດງານທຳເປັນຂອງຕົນເອງ ແລະ ຂ້ອຍມີຄວາມມ່ວນຊື່ນໃນການແບ່ງປັນຄວາມຮູ້ແນວຄວາມຄິດ ແລະ ຮຽນນຳກັນ”.

 

ກິດຕິສັກ ພຸດທະວົງ – ນັກພືດສາດ

ເລີ່ມເຮັດວຽກໃນສວນພຶກສາຊາດຜາຕັດແກ້ໃນປີ 2010 ໃນການພັດທະນາຫໍພິພິຕະພັນພືດຂອງພວກເຮົາ, ແລະ ຊ່ວຍວຽກງານຫົວໜ້າພືດສວນໃນການວາງແຜນການເລືອກພັນພືດເພື່ອລົງປູກ, ຊ່ວຍຈັດຈໍາແນກພືດແຕ່ລະຊະນິດ, ຮັບຜິດຊອບໃນວຽກງານພາກສະໜາມເພື່ອເກັບລວບລວມພັນພືດຕ່າງໆ ລວມທັງເກັບກໍາລະບົບຂໍ້ມູນພືດ, ນອກນັ້ນລາວລາວຍັງໄດ້ລົງສໍາຫຼວດສອບຖາມຂໍ້ມູນນໍາປະຊາຊົນໃນທ້ອງຖິ່ນກ່ຽວກັບການນໍາໃຊ້ພືດສະໝຸນໄພທີ່ໃຊ້ໃນຊີວິດປະຈຳວັນຂອງເຂົາເຈົ້າ. ປະຈຸບັນນີ້ລາວກຳລັງສຶກສາຕໍ່ປະລິນຍາໂທທີ່ XTBG ປະເທດຈີນ, ໂດຍໄດ້ຮັບທຶນການສຶກສາຈາກສຳນັກງານວິທະຍາສາດຈາກປະເທດຈີນ.


 

ໄບຼໂຢນີ ສມາດທ໌ – ນັກພືດສາດ

ລາວມາເປັນຄົນສັນຊາດນິວຊີແລນ, ກ່ອນໜ້າທີ່ລາວມາເຮັດວຽກຢູ່ທີ່ສວນພຶກສາຊາດຜາຕັດແກ້, ລາວເຄີຍເຮັດວຽກທີ່ສວນພຶກສາຊາດຄິວ ທີ່ລອນດອນ, ປະເທດອັງກິດ. ລາວຈົບ MSc ສາຍວິທະຍາສາດພືດທີ່ ສວນພຶກສາຊາດ (Royal Botanic Garden Edinburgh) ເຄີຍເຮັດວຽກກ່ຽວກັບລະບົບນິເວດ ແລະ ພືດເຂດຮ້ອນ. ລາວມີຄວາມສຸກຫຼາຍທີ່ໄດ້ມີໂອກາດນໍາໃຊ້ຄວາມຮູ້ຂອງລາວໃນການເຮັດວຽກຢູ່ປະເທດລາວ. ບົດບາດໜ້າທີ່ຂອງລາວໃນສວນພຶກສາຊາດຜາຕັດແກ້ ປະກອບຫຼາຍດ້ານເຊັ່ນວ່າ: ການເກັບກໍາລວບລວມພືດ, ຈັດຈຳແນກພືດ, ເຮັດວຽກຮ່ວມກັບທີມງານຜາຕັດແກ້ໃນການຂຽນປ້າຍໃສ່ຕົ້ນໄມ້ໃຫ້ຖືກຕ້ອງ ແລະ ຮັບຜິດຊອບວຽກກ່ຽວກັບຂໍ້ມູນທາງວິທະຍາສາດພືດພາຍໃນສວນເຊັ່ນ: ການກວດກາ, ບັນທຶກຂໍ້ມູນທາງພືດໃຫ້ຖືກຕ້ອງຕາມຫຼັກມາດຕະຖານສາກົນທຸກຢ່າງ. ນອກນັ້ນ ໄບຼໂຢນີ ຍັງເປັນຜູ້ປະສານງານກັບສະຖາບັນລະດັບສາກົນໃນວຽກງານການລົງເກັບຕົວຢ່າງພາກສະໜາມທັງພາຍໃນ ແລະ ຕ່າງປະເທດ ແລະ ພິເສດໄກກວ່ານັ້ນ ລາວຍັງເປັນຄູສອນດ້ານພຶກສາສາດໃຫ້ແກ່ນັກສຶກສາລາວເປັນແຕ່ລະໄລຍະອີກດ້ວຍ.

 

ດຣ. ນິດຖາຄົງ ສົມສະນິດ – ທີ່ປຶກສາດ້ານວັດທະນະທໍາ.

ລາວເກີດຢູ່ແຂວງຫລວງພະບາງ ໃນປີ 1962. ລາວຈົບການສຶກສາຈາກໂຮງຮຽນການຢາແຫ່ງຊາດນະຄອນຫລວງວຽງຈັນ ສປປ ລາວ ແລ້ວໄດ້ອອກຈາກບ້ານເກີດເມືອງນອນໄປສຶກສາຕໍ່ທີ່ປະເທດຝຼັ່ງ. ລາວຈົບປະລິນຍາໂທຈາກສະຖາບັນ ສິລະປະ Visual ຂອງວິທະຍາໄລ Orleans ແລະ ຈົບປະລິນຍາເອກດ້ານຈິດຕະວິທະຍາ ຈາກ Sorbonne. ໃນປີ 2005 ລາວໄດ້ກັບມາປະເທດລາວ ປະຈຸບັນນີ້ລາວໄດ້ອຸທິດເວລາສ່ວນໃຫຍ່ໄປກັບງານສິນລະປະ ແລະ ເຜີຍແຜ່ການສຶກສາໃຫ້ແກ່ຊຸມຊົນໃນການອະນຸລັກປົກປັກຮັກສາ ແລະ ສົ່ງເສີມສິລະປະວັດທະນະທຳອັນເປັນມໍລະດົກຂອງລາວເຮົາ. ທ່ານສົມສະນິດ ເປັນທີ່ຮູ້ຈັກກັນດີໃນວຽກງານສິນລະປະການຖັກແສ່ວໃນກຸ່ມໄວໜຸ່ມ. ໃນ 10 ປີທີ່ແລ້ວ, ລາວໄດ້ວາງສະແດງຜົນງານທາງດ້ານສິລະປະຂອງລາວໃນປະເທດຝຼັ່ງ, ເຢຍລະມັນ, ອັງກິດ, ອີຕາລີ, ສະເປນ, ສະວີເດັນ, ເນເທີເເລນ ແລະ ອາເມລິກາ ອີກດ້ວຍ.


 

ຮສ. ດຣ. ບົວໄຂຄອນ ສະແຫວງສຶກສາ – ທີ່ປຶກສາດ້ານວິທະຍາສາດ

ຈົບການສຶກສາລະດັບປະຣິນຍາເອກທີ່ປາຣິສ໌, ປະເທດຝຼັ່ງ, ເຄີຍເປັນອາຈານສອນທີ່ມະຫາວິທະຍາໄລສ້າງຄູວຽງຈັນ ແລະ ມະຫາວິທະຍາໄລແຫ່ງຊາດ, ເຊິ່ງໄດ້ມີຜົນງານການຄົ້ນຄວ້າທາງດ້ານວິຊາການຫຼາຍສະບັບເຊັ່ນ: ຄູ່ມືດອກເຜິ້ງທຳມະຊາດໃນລາວ, ພືດຕະກຸນໄມ້ຍາງໃນລາວ, ໃນປະຈຸບັນລາວໄດ້ກະສຽນອາຍຸແລ້ວ ແຕ່ຍັງມີວຽກງານການຄົ້ນຄວ້າຫຼາຍໆຢ່າງທີ່ຈະຕ້ອງໄດ້ສືບຕໍ່ຊ່ວຍເຫຼືອກັບບັນດາໂຄງການຕ່າງໆ ໂດຍສະເພາະການອຸທິດຕົນຂອງລາວທີ່ບໍ່ສາມາດປະເມີນຄ່າໄດ້ໃນການຊ່ວຍເຫຼືອສວນພຶກສາຊາດຜາຕັດແກ້.

 

ຄຳພາດ ທອງຈັນ ຊາວສວນ ແລະ ນັກອອກແບບທິວທັດ

ລາວໄດ້ຮຽນຈົບປະລິນຍາຕີ ພາກວິຊາປ່າໄມ້ ຄະນະກະເສດສາດ ແລະ ຊັບພະຍາກອນປ່າໄມ້ ຈາກມະຫາວິທະຍາໄລສຸພານຸວົງ, ແຂວງຫລວງພະບາງ, ລາວຮັກການແຕ້ມພາບ ແລະ ລິເລີ່ມເປັນນັກອອກແບບສວນ. ລາວມາຈາກບ້ານໃກ້ຄຽງຜາຕັດແກ້ ແລະ ເປັນນັກພືດສວນຢູ່ຜາຕັດແກ້. ລາວໄດ້ອ່ານປຶ້ມສອງສາມຫົວກ່ຽວກັບສວນ ແຕ່ວ່າສາມາດຮຽນຮູ້ດ້ວຍຕົນເອງໄດ້. ພາຍຫຼັງທີ່ລາວເວົ້າຢ່າງມິດງຽບ ແລະ ໜ້າອາຍກັບຮອຍຍິ້ມຢ່າງມີຄວາມພູມໃຈ ທີ່ແທ້ຈິງລາວມີແນວຄິດແບບທໍາມະຊາດ ແລະ ສິນລະປະຂອງລາວໃນການອອກແບບ ລາວເວົ້າວ່າ: “ຂ້ອຍມັກຈະເບິ່ງ ພວກມັນເຕີບໂຕ ແລະ ຍ້າຍພວກມັນໄປສະຖານທີ່ໃໝ່ທີ່ມັນຈະເລີນເຕີບໂຕດີທີ່ສຸດ. ຂ້ອຍຕ້ອງຈັດສັນພວກມັນ ແລະ ຕ້ອງຊອກຫາພືດທີ່ກົມກືນ ແລະ ເຂົ້າກັນໄດ້ໄວ້ນໍາກັນ.”

 

ບີບາ ວິໄລເລັກ – ນັກພືກສາສາດພື້ນບ້ານ

ທ່ານ ນາງບີບາ ເປັນຜູ້ຊ່ຽວຊານ ແລະ ມີປະສົບການສູງທາງດ້ານພຶກສາຊາດພື້ນບ້ານ, ຜ່ານມາລາວໄດ້ຕີພິມປື້ມກ່ຽວກັບພຶກສາສາດພື້ນບ້ານເປັນຈໍານວນຫຼວງຫຼາຍອອກສູ່ສາທາລະນະ, ລາວໄດ້ມາອາໄສຢູ່ປະເທດລາວເປັນເວລາຫຼາຍກວ່າ ປີ. ບີບາເດີນທາງມາເຮັດວຽກຮ່ວມກັບທີມງານຜາຕັດແກ້ຂອງທຸກໆປີ. ລາວເປັນຜູ້ເຮັດວາລະສານ Le Renovateur ເປັນພາສາຝຼັ່ງ ແລະ ພາສາລາວ ລວມທັງຂຽນສິ່ງຕີພິມອື່ນຫຼາຍກວ່າ 600 ລາຍການທີ່ກ່ຽວກັບຂໍ້ມູນພືດ. ນອກນັ້ນຍັງໄດ້ຮ່ວມມືກັບທ່ານ Baj Strobel ຂຽນປື້ມ “Fleurs de la Devotion”, ຕີພິມໂດຍ ຜາຕັດແກ້ ໃນປີ 2011, ເຊິ່ງເປັນປື້ມເຫຼັ້ມທໍາອິດກ່ຽວກັບພຶກສາສາດພື້ນບ້ານ ຂອງພວກເຮົາ, ຕາມມາດ້ວຍປື້ມ “Jouer la nature”, ໃນປີ 2014 ເຊິ່ງແຕ້ມພາບປະກອບໂດຍ ທ່ານ ນິດຖາຄົງ ສົມສະນິດ.

 

ໂຈດຈີ ວາຣສ໌ – ທີ່ປຶກສາດ້ານການຕະຫຼາດ ແລະ ການພົວພັນທົ່ວໄປ

ໄດ້ມາທ່ອງທ່ຽວລາວຄັ້ງທຳອິດໃນປີ 2009 ລາວໄດ້ຕົກຫຼຸມຮັກເມືອງຫລວງພະບາງ ແລະ ໄດ້ຕັດສິນໃຈຍ້າຍມາຢູ່ທີ່ນີ້ເລີຍ, ເຊິ່ງລາວໄດ້ອຸທິດຕົນເອງເຂົ້າໃນວຽກງານວາງສະແດງເຄື່ອງນຸ່ງຊົນເຜົ່າຕ່າງໆ, ຫຼັງຈາກນັ້ນກໍໄດ້ເຮັດວຽກຮ່ວມກັບບໍລິສັດ ເອັກໂຊ ທຼາໂວ, ໂຈດຈີ ໄດ້ເດີນທາງໄປທົ່ວທຸກບ່ອນໃນລາວ ແລະ ຫຼົງໄຫຼກັບວັດທະນາທໍາທີ່ມີຄວາມຫຼາກຫຼາຍທີ່ໜ້າຄົ້ນພົບ ແລະ ຄິດວ່າຖ້ານໍາເອົາສິ່ງເຫຼົ່ານີ້ມາເຜີຍແຜ່ ແລະ ຍົກລະດັບ ຫຼື ເປັນການຊຸກຍູ້ການທ່ອງທ່ຽວໃນປະຈຸບັນຄົງຈະເປັນສິ່ງທີ່ດີ. ໃນປະຈຸບັນລາວໄດ້ອຸທິດຕົນໃນການໂຄສະນາ ແລະ ເປັນຕົວແທນ ຫຼື ທີ່ປຶກສາກ່ຽວກັບການທ່ອງທ່ຽວ ໃຫ້ແກ່ຜູ້ປະກອບວຽກງານການທ່ອງທ່ຽວໃນລາວ ລວມທັງສວນພຶກສາຊາດຜາຕັດແກ້ອີກດ້ວຍ.