ກ່ຽວກັບສວນຂອງພວກເຮົາ

 

ສວນພຶກສາຊາດຜາຕັດແກ້ ແມ່ນມີຄວາມຫຼາກຫຼາຍທາງດ້ານພັນພືດນາໆຊະນິດຂອງປະເທດລາວເຮົາ, ບໍ່ວ່າຈະເປັນພືດປະເພດຕະກຸນຂີງ-ຂ່າ, ດອກເຜິ້ງ, ພືດຕະກຸນຜັກກູດ, ບັນດາໄມ້ປ່ອງ ແລະ ພືດຈໍາພວກຕະກຸນປາມ ທີ່ແຈກກະຈາຍຢູ່ບໍລິເວນຮ່ອມຜາຕັດແກ້ ຕາມລ້ອງແມ່ນໍ້າຂອງ.

ຈຸດເດັ່ນພາຍໃນສວນຜາຕັດແກ້ຂອງພວກເຮົາ ແມ່ນສວນພຶກສາສາດພື້ນບ້ານທີ່ມີຄວາມຫຼາກຫຼາຍຂອງການນໍາໃຊ້ພືດ ເຊິ່ງຄົນເຮົາມີຄວາມຜູກພັນກັບການນໍາໃຊ້ພືດມາແຕ່ຊ້ານານ, ສວນແຫ່ງນີ້ແມ່ນໄດ້ຈັດສະແດງພືດຊະນິດຕ່າງໆກ່ຽວກັບການນໍາໃຊ້, ພືດແຕ່ລະຊະນິດມີຄຸນສົມບັດທີ່ແຕກຕ່າງກັນເຊັ່ນ: ພືດບາງຊະນິດສາມາດນໍາມາໃຊ້ ຫຼື ແປຮູບເປັນຢາແຜນບູຮານ ຫຼື ທາງການແພດ, ສາມາດແປຮູບເປັນເຄື່ອງຫັດຖະກໍາ, ນໍາໃຊ້ທາງດ້ານພິທີກໍາ ຫຼື ຄວາມເຊື່ອຕ່າງໆ ແລະ ລວມໄປເຖິງການນໍາໃຊ້ເປັນອາຫານ ແລະ ຢາປົວຊ້າງເປັນຕົ້ນ. ທ່າແຮງຂອງການເກັບລວບລວມນີ້, ຍັງມີຈໍາຫຼາຍທີ່ຍັງບໍ່ໄດ້ມີການສຶກສາຄົ້ນຄວ້າເທ່ືອ, ເຖິງແມ່ນວ່າຄວາມຮູ້ແບບພື້ນບ້ານ ຂອງກຸ່ມຄົນຊົນເຜົ່າກຸ່ມນ້ອຍກ່ຽວກັບພືດໃນຂົງເຂດຊົນນະບົດຈະມີຄວາມຫຼາກຫຼາຍ ຫຼື ກວ້າງຂວາງກໍ່ຕາມ ແຕ່່ສວນໃຫຍ່ແລ້ວມັກຈະເປັນແບບປາກເປົ່າ, ເຊິ່ງມີຄວາມສ່ຽງຕໍ່ການສູນຫາຍໄປ, ສະນັ້ນຈຶ່ງມີຄວາມສໍາຄັນ ແລະ ຈໍາເປັນຫຼາຍໃນການອະນຸລັກ ເພື່ອການສຶກສາເຊີງເລີກໃນອະນາຄົດ.

ແຜນທີ່ສວນ

ລາຍລະອຽດຂອງສວນ

ສວນຜາຫີນປູນ (20,000 ຕາແມັດ)
ເຂດນີ້ສາມາດສະແດງໃຫ້ເຫັນຄວາມຫຼາກຫຼາຍຂອງພັນພືດຖ້ອງຖິ່ນທີ່ເກີດຕາມຜາຫີນປູນໃນປະເທດລາວ ເຊັ່ນ: ພືດຈໍາພວກຕົ້ນປົ່ງ ແລະ ຜັກກູດຕົ້ນ ເປັນຕົ້ນ. ເຂດຜາຫີນປູນຈະມີຄວາມຫຼາກຫຼາຍຂອງຊີວະນາໆພັນ ແລະ ສະພາບດິນທີ່ເປັນເອກະລັກສະເພາະ, ລວມທັງພັນພືດ ແລະ ສັດ ກໍຈະມີເອກະລັກສະເພາະເຊັ່ນດຽວກັນໃນເຂດນີ້. ນອກນັ້ນຍັງສາມາດຍ່າງໄປຊົມຄວາມສວຍງາມຂອງຖໍ້າ ທີ່ຕັ້ງຢູ່ຕີນພູຜາຕັດແກ້ໄດ້ ໂດຍໃຊ້ເວລາຍ່າງພຽງ 35 ນາທີເທົ່ານັ້ນ.

ສວນພຶກສາສາດພື້ນບ້ານ (3,000 ຕາແມັດ)
ແບ່ງອອກເປັນ 10 ສວນທີ່ແຕກຕ່າງກັນ ເຊິ່ງໄດ້ສະແດງເຖິງຄວາມຫຼາກຫຼາຍຂອງພືດໃນລາວໃນຊີວິດປະຈຳວັນ ລວມໄປເຖິງຈໍາພວກພືດເປັນຢາສໍາລັບຄົນເຮົາ ແລະ ສັດເຊັ່ນວ່າ: ຊ້າງເປັນຕົ້ນ. ໃນນັ້ນຈະມີພືດຈໍາພວກສາມາດແປຮູບມາເປັນເສັ້ນໄຍຜ້າແພຕ່າງໆ, ພືດເປັນພິດ ແລະ ພືດຈໍາພວກທີ່ນໍາໃຊ້ທາງດ້ານຄວາມເຊື່ອເຊັ່ນ: ຂັບໄລ່ຜີເປັນຕົ້ນ. ນີ້ເປັນພຽງບາງຢ່າງທີ່ໄດ້ນໍາສະເໜີ ແຕ່ຍັງມີອີກຫຼາຍການນໍາໃຊ້ທີ່ແຕກຕ່າງກັນ ທີ່ລໍຖ້າທ່ານໄດ້ມາສໍາພັດ ແລະ ຄົ້ນພົບດ້ວຍຕົວທ່ານເອງ ທີ່ຜາຕັດແກ້ແຫ່ງນີ້.

ສວນຂີງຂ່າ (1,200 ຕາແມັດ)
ເຊິ່ງໄດ້ຮັບການຊ່ວຍເຫຼືອ ແລະ ຮ່ວມມືກັບທ່ານນາງ Jana Škorničkovà ຜູ້ຊ່ຽວຊານດ້ານພືດຕະກຸນຂີງຂ່າ ຈາກສວນພຶກສາຊາດ ສິງກະໂປ. ສວນແຫ່ງນີ້ແມ່ນສາມາດຄົ້ນພົບ ພືດຕະກຸນຂີງຂ່າຫຼາຍກວ່າ 100 ຊະນິດພັນ ທີ່ແຕກຕ່າງກັນ. ໂດຍສະເພາະແມ່ນຂີງຂ່າປະເພດທີ່ສາມາດກິນໄດ້ ລວມທັງຂີງທ້ອງຖິ່ນຫຼວງພະບາງ ແລະ ຈໍາພວກຂີງປະດັບທີ່ສາມາດພົບເຫັນຕາມແຄມໜອງຂອງພວກເຮົາໄດ້ເຊັ່ນດຽວກັນ.

ສວນປ່າໄມ້ທຳມະຊາດ (25,000 ຕາແມັດ)
ສາມາດຄົ້ນພົບຕົ້ນໄມ້ຫຼາຍກວ່າ 200 ຊະນິດໃນເຂດນີ້, ເຊິ່ງປ່າທໍາມະຊາດຂອງເຮົາ ແມ່ນເຕັມໄປ້ດ້ວຍພັນໄມ້ຂະໜາດໃຫຍ່ຫຼາກຫຼາຍຊະນິດທີ່ໜ້າສົນໃຈ ແລະ ເໝາະສົມຕໍ່ການຍ່າງທ່ຽວຊົມ ແລະ ພັກຜ່ອນຢ່ອນໃຈ. ສ່ວນໃຫຍ່ແລ້ວ ຕົ້ນໄມ້ຈະມີປ້າຍກໍາກັບສະເພາະ ແລະ ມີປ້າຍອະທິບາຍຄວາມສໍາຄັນຂອງພັນໄມ້ຢ່າງຄົບຖ້ວນເຊັ່ນ: ການນໍາໃຊ້ ແລະ ແຫຼ່ງກໍາເນີດ ຫຼື ສະພາບທີ່ຢູ່ອາໄສຂອງພວກມັນເປັນຕົ້ນ.

ສວນປາມ (6,000 ຕາແມັດ)
ສວນນີ້ມີຕົ້ນປາມຫຼາຍກວ່າ 30 ຊະນິດ, ເຊິ່ງສາມາດພົບເຫັນຄວາມຫຼາກຫຼາຍ ແລະ ຄວາມສວຍງາມທາງດ້ານຮູບຊົງຂອງຕົ້ນປາມແຕ່ລະຊະນິດ. ລວມທັງຫວາຍທີ່ມີຊື່ສຽງອີກຊະນິດໜຶ່ງ (ແມ່ນແລ້ວ! ຫວາຍກໍຈັດຢູ່ຕະກຸນດຽວກັບຕົ້ນປາມ) ເຊິ່ງຫວາຍຊະນິດນີ້ສາມາດຈະເລີນເຕີບໂຕ ແລະ ເລືອຍາວໄດ້ເຖິງ 200 ກວ່າແມັດ.

ສວນໄມ້ປ່ອງ (4,000 ຕາແມັດ)
ໄມ້ປ່ອງສາມາດກິນເປັນອາຫານໄດ້ ແລະ ສາມາດນໍາໃຊ້ໃນຫຼາຍໆຢ່າງໃນລາວ, ລວມທັງການນໍາໃຊ້ເຂົ້າໃນການປຸກສ້າງ ຈົນໄປເຖິງການຈັກສານເປັນຕົ້ນ. ຊະນິດໄມ່ປ່ອງສ່ວນໃຫຍ່ແລ້ວ ແມ່ນຖືກນໍາໃຊ້ຢູ່ໃນເຂດຖ້ອງຖິ່ນຊົນນະບົດ, ໃນສວນໄມ້ປ່ອງຂອງພວກເຮົາ ແມ່ນໄດ້ລວບລວມໄວ້ຫຼາຍກວ່າ 30 ຊະນິດແລ້ວ.

ເຮືອນຝົນຝອຍ (300 ຕາແມັດ) (ຈະເປີດໃຫ້ຮັບຊົມ ປີ 2017)
ມີພືດຫຼາກຫຼາຍຊະນິດເຊັ່ນ ພືດປະເພດດອກເຜິ້ງ, ຈຳພວກຜັກກູດ ແລະ ລວມທັງພືດທີ່ກິນແມງໄມ້ເປັນຕົ້ນ, ເຊິ່ງໄດ້ອອກແບບພິເສດຕາມສະພາບແວດລ້ອມຂອງພວກມັນຕາມທໍາມະຊາດ. ໂດຍການນໍາເອົາພືດມີເອກະລັກສະເພາະມາໄວ້ນໍາກັນ ເຊິ່ງທ່ານສາມາດເພີດເພີນກັບຄວາມສວຍງາມຂອງພືດເຫຼົ່ານັ້ນໄປພ້ອມກັບຮຽນຮູ້ກ່ຽວກັບໄພຄຸກຄາມໃນການຈະເລີນເຕີບໂຕຂອງພວກມັນອີກດ້ວຍ.

ສວນກ້າດອກເຜິ້ງ (500 ຕາແມັດ)
ໜຶ່ງໃນສວນກ້າຂອງພວກເຮົາໄດ້ເປີດໃຫ້ເຂົ້າທ່ຽວຊົມໄດ້ ເຊິ່ງທ່ານຈະໄດ້ຮຽນຮູ້ກ່ຽວກັບເບື້ອງຫຼັງການເຮັດວຽກຂອງພວກເຮົາ, ທ່ານຈະໄດ້ຄົ້ນພົບຄວາມຫຼາກຫຼາຍຂອງດອກເຜິ້ງຫຼາຍກວ່າ 260 ຊະນິດ ແລະ ພືດຕະກຸນຜັກກູດຫຼາຍກວ່າ 150 ຊະນິດ. ນອກນັ້ນທ່ານຍັງຈະໄດ້ຮຽນຮູ້ຂໍ້ມູນກ່ຽວກັບພືດຕະກຸນດອກເຜິ້ງທີ່ໄດ້ຈັດສະແດງໄວ້ໃຫ້ແກ່ທ່ານໄດ້ຮຽນຮູ້ໄປພ້ອມໆກັນ ເຊິ່ງພວກເຮົາຈະມີນັກສໍາມະນາກອນເປັນຜູ້ນໍາສະເໜີເປັນເວລາ 10 ກວ່ານາທີ ຂອງທຸກໆມືອີກດ້ວຍ.

ສວນຄົວປອດສານພິດ ແລະ ສວນເພື່ອການຮຽນຮູ້ (1,500 ຕາແມັດ)
ສວນນີ້ ແມ່ນມີຈຸດປະສົງໃນການນໍາສະເໜີ ຫຼື ໃຫ້ຄວາມຮູ້ກ່ຽວກັບການປູກຜັກແບບປອດສານເຄມີ ແລະ ການປູກພືດຜັກເພື່ອເປັນອາຫານ. ໃນນັ້ນທ່ານສາມາດເຫັນຄວາມຫຼາຍຫຼາຍຂອງພັນພືດທີ່ສັບປ່ຽນໝູນວຽນກັນໃນແຕ່ລະໄລຍະຂອງພວກມັນ, ທ່ານຈະໄດ້ຮຽນຮູ້ເລື່ອງຄຸນສົມບັດຂອງພືດທີ່ມີຜົນປະໂຫຍດຕໍ່ຮ່າງກາຍຂອງຄົນເຮົາເຊັ່ນ: ພືດທີ່ໃຫ້ທາດແປ້ງທີ່ສໍາຄັນ ລວມທັງພືດເປັນຢາ, ການນໍາເອົາເສດພືດໄປເຮັດຝຸ່ນຊີວະພາບ ແລະ ໃຊ້ເປັນອາຫານໃຫ້ແກ່ສັດ ແລະ ລວມທັງການຮຽນຮູ້ເລື່ອງການລ້ຽງສັດອີກດ້ວຍ.

ສວນສາທິດກະສິກໍາແບບຍືນຍົງ (1,000 ຕາແມັດ) (ຈະເປີດໃຫ້ຮັບຊົມ ປີ 2017)
ການອະນຸລັກຊີວະນາໆພັນແມ່ນກຳລັງປະເຊີນໜ້າຕໍ່ໄພຂົ່ມຂູ່ຢ່າງໃຫ່ຍຫຼວງ ໂດຍວິທີການປູກຝັງແບບບໍ່ຍືນຍົງເຊັ່ນ: ການຖາງປ່າເຮັດໄຮ່ແບບເລື່ອນລອຍເປັນຕົ້ນ. ພວກເຮົາຄິດວ່າ ກະສິກໍາແບບຍືນຍົງ ຈະສາມາດສະຫນອງວິທີການທີ່ປູກຝັງທີ່ຍືນຍົງໃນການຊ່ວຍພົນລະເມືອງລາວໄດ້ເຖິງ 75% ທີ່ອາໃສຢູ່ໃນເຂດກະສິກໍາຂະໜາດນ້ອຍ ແລະ ຈະຊ່ວຍປັບປຸງຊີວິດການເປັນຢູ່ຂອງເຂົາເຈົ້າໃຫ້ດີຂຶ້ນໄດ້, ສາມາດປັບປ່ຽນແນວຄວາມຄິດຂອງເຂົາເຈົ້າເພື່ອຫັນໄປເຮັດກະສິກໍາແບບຍືນຍົງ ແລະ ເປັນມິດຕໍ່ສິ່ງແວດລ້ອມອີກດ້ວຍ. ພວກເຮົາຈະມີການຈັດກິດຈະກໍາລວມໄປເຖິງການຈັດເຝິກອົບຮົມໄລຍະສັ້ນໃຫ້ແກ່ຊາວກະສິກອນ ແລະ ບັນດານັກທ່ອງທ່ຽວໄດ້ເຂົ້າມາຮຽນຮູ້ ແລະ ສຶກສາກ່ຽວກັບສວນສາທິດກະສິກໍາແບບຍືນຍົງຂອງພວກເຮົາທີ່ນີ້ໄດ້.